ຣັດເຊຍ-ຈີນ ເພີ່ມທະວີ ການພົວພັນສອງຝ່າຍ
ຕາມຂ່າວສານຊິນຮວາລາຍງານວັນທີ 21 ມີນານີ້ວ່າ: ທ່ານ ສີຈີ້ນຜິງ ປະທານປະເທດຈີນ ໄດ້ເດີນທາງຮອດນະຄອນຫຼວງມົດສະກູ ເພື່ອທຳການຢ້ຽມ ຢາມ ຣັດເຊຍ ແຕ່ວັນທີ 20-23 ມີນາ. ນີ້ແມ່ນການໄປຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງ ທ່ານ ສີຈີ້ນຜິງ ພາຍຫຼັງໄດ້ຮັບດຳລົງຕຳແໜ່ງເປັນປະທານປະ ເທດ ສະໄໝທີ 3. ເຊິ່ງການຢ້ຽມຢາມຄັ້ງນີ້ຈະເປັນການສ້າງກຳລັງໜູນໃຫ້ແກ່ການພົວ ພັນສອງຝ່າຍ ຣັດເຊຍ-ຈີນ. ການພົບປະລະຫວ່າງ ທ່ານ ສີ ຈີ້ນ ຜິງ ປະທານປະເທດຈີນ ແລະ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ, ການນຳສອງທ່ານໄດ້ຢັ້ງຢືນຄວາມຕັດສິນໃຈເພີ່ມທະວີການພົວພັນສອງ ຝ່າຍ ແລະ ຊອກຫາມາດຕະການສຳລັບບັນຫາອູແກຼນ. ທ່ານປະທານາທິບໍດີ ຣັດເຊຍ ເນັ້ນໜັກວ່າ: ໃນ 10 ປີທີ່ຜ່ານມາ, ສອງຝ່າຍມີບັນດາບາດກ້າວພັດ ທະນາສຳຄັນໃນການພົວພັນສອງຝ່າຍ, ດ້ວຍເລື່ອງວົງເງິນການຄ້າເພີ່ມຂຶ້ນສອງເທົ່າ, ຈາກ 87 ຕື້ໂດລາສະຫະລັດຂຶ້ນເປັນເກືອບ 200 ຕື້ໂດລາສະຫະ ລັດ. ທ່ານກໍ່ຢືນຢັນວ່າ: ສອງຝ່າຍມີຫຼາຍໜ້າທີ່ ແລະ ເປົ້າໝາຍລວມ. ສ່ວນທ່ານປະທານປະເທດຈີນ ຢັ້ງຢືນວ່າ: ປັກກິ່ງ ຖືເປັນສຳຄັນ ແລະ ຢາກເຮັດໃຫ້ ການພົວພັນກັບ ມົດສະກູ ເລິກເຊິ່ງຂຶ້ນຕື່ມອີກ, ສະແດງເຖິງຄວາມເຊື່ອໝັ້ນວ່າ: ປະຊາຊົນຣັດເຊຍຈະສືບຕໍ່ສະໜັບສະໜູນ ທ່ານ ປູຕິນ ໃນການເລືອກຕັ້ງ ປະທານາທິບໍດີໃນປີ 2024. ຈີນໄດ້ກຽມພ້ອມກັບຣັດເຊຍ “ຢຶດໝັ້ນປົກປັກຮັກ ສາລະບົບສາກົນໂດຍຖືສະຫະປະຊາຊາດເປັນໃຈກາງ, ຊຸກຍູ້ຄວາມເປັນ ລະບຽບຮຽບຮ້ອຍຂອງໂລກ ຫຼາຍຂຶ້ນ ແລະ ບັນດາການພົວພັນສາກົນຫັນເປັນປະຊາທິປະໄຕ, ປະກອບສ່ວນເຂົ້າໃນການພັດທະນາຂອງໂລກຕາມທິດຍຸຕິ ທຳ ແລະ ເໝາະສົມ”.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/03/2023